ກ່ຽວກັບ
CKAN ເປັນເວທີປະຕູຂໍ້ມູນແຫຼ່ງເປີດທີ່ນຳໜ້າຂອງໂລກ.
CKAN ເປັນໂຊລະແຊວທີ່ສົມບູນເຕັມຮູບແບບທີ່ເຮັດໃຫ້ຂໍ້ມູນເຂົ້າເຖິງໄດ້ແລະນຳໃຊ້ໄດ້ - ໂດຍການສະໜອງເຄື່ອງມືເພື່ອປັບປຸງການເຜີຍແຜ່, ແບ່ງປັນ, ຊອກຫາແລະນຳໃຊ້ຂໍ້ມູນ (ລວມທັງການເກັບຮັກສາຂໍ້ມູນແລະການສະໜອງ API ຂໍ້ມູນທີ່ເຂັ້ມແຂງ). CKAN ມຸ່ງໄປທີ່ຜູ້ເຜີຍແຜ່ຂໍ້ມູນ (ລັດຖະບານລະດັບຊາດແລະພາກພື້ນ, ບໍລິສັດແລະອົງການຈັດຕັ້ງ) ທີ່ຕ້ອງການເຮັດໃຫ້ຂໍ້ມູນຂອງພວກເຂົາເປີດແລະມີຢູ່.
CKAN ຖືກນຳໃຊ້ໂດຍລັດຖະບານແລະກຸ່ມຜູ້ໃຊ້ທົ່ວໂລກແລະເປັນກຳລັງໃຫ້ປະຕູຂໍ້ມູນທາງການແລະຊຸມຊົນຫຼາຍຊະນິດ, ລວມທັງປະຕູສຳລັບລັດຖະບານທ້ອງຖິ່ນ, ແຫ່ງຊາດແລະສາກົນ, ເຊັ່ນ data.gov.uk ຂອງອັງກິດແລະ catalog.data.gov ຂອງສະຫະລັດ, dados.gov.br ຂອງບຣາຊິນ, ປະຕູລັດຖະບານໂຮນລັງແລະເນເທີແລນ, ເຊັ່ນດຽວກັນກັບເວັບໄຊເມືອງແລະທ້ອງຖິ່ນໃນສະຫະລັດ, ອັງກິດ, ອາເຈນຕິນາ, ຟິນແລນແລະບ່ອນອື່ນໆ.
CKAN: https://ckan.org/
ຕົວຢ່າງ CKAN: https://ckan.org/showcase
ພາບລວມຄຸນສົມບັດ: https://ckan.org/features/